LCCC Logo
LCCC Banner


FB

Boun Oak Phansa

ອອກວັສສາ ທີ່ ຫລວງພຣະບາງ 2558

ປະຫວັດຄວາມເປັນມາຂອງບຸນໄຫລເຮືອໄຟ
ແຕ່ກີ່ແຕ່ກ່ອນ ມີຄູ່ຜົວເມຍກາເຜືອກ ພາກັນເຮັດຮັງຢູ່ຕົ້ນຫມາກເດື່ອແຄມແມ່ນ້ຳຄົງຄາ ແລະເກີດມີໄຂ່ 5 ໜ່ວຍ ມື້ຫນຶ່ງມີລົມພະຍຸເກີດຂຶ້ນ ຕົ້ນຫມາກເດື່ອຖືກລົມພັດຫັກລົງນ້ຳ ກາເຜືອກສອງຜົວເມັຍໄດ້ເສັຍຊີວິດ ໄຂ່ທັງ 5 ໜ່ວຍ ໄດ້ໄຫລໄປຕາມແມ່ນ້ຳ :
- ໄຂ່ໜ່ວຍທີ່ 1 ໄຫລໄປຕົກຢູ່ທ່ານ້ຳຂອງພຣະຍາໄກ່ ( ກຸກຸສັນໂທ ) ພຣະຍາໄກ່ ກໍ່ໄດ້ນຳເອົາໄປຟັກໄວ້ .
- ໄຂ່ໜ່ວຍທີ່ 2 ໄຫລໄປຕົກຢູ່ທ່ານ້ຳຂອງພຣະຍານາຄ (ໂກນາຄະມະໂນ) ພຣະຍານາຄ ກໍ່ໄດ້ນຳເອົາໄປຟັກໄວ້.
- ໄຂ່ໜ່ວຍທີ່ 3 ໄຫລໄປຕົກຢູ່ທ່ານ້ຳຂອງພຣະຍາເຕົ່າ (ກັດສະໂປ) ພຣະຍາເຕົ່າ ກໍ່ໄດ້ນຳເອົາໄປຟັກໄວ້.
- ໄຂ່ໜ່ວຍທີ່ 4 ໄຫລໄປຕົກຢູ່ທ່ານ້ຳຂອງພຣະຍາງົວ (ໂຄຕະໂມ) ພຣະຍາງົວ ກໍ່ໄດ້ນຳເອົາໄປຟັກໄວ້.
- ໄຂ່ໜ່ວຍທີ່ 5 ໄຫລໄປຕົກຢູ່ທ່ານ້ຳຂອງພຣະຍາຣາຊະສີ (ອະຣິຍະເມຕໄຕໂຍ) ພຣະຍາຣາຊະສີ ກໍ່ໄດ້ນຳເອົາໄປຟັກໄວ້.

ເມື່ອໄຂ່ທັງ 5 ໜ່ວຍໄດ້ແຕກອອກມາເປັນຄົນ , ພໍໃຫຍ່ຂຶ້ນມາ ກໍ່ຄຶດອອກໄປບວຊ ເປັນພຣະລືສີທັມມະໂພທິສັດ ຫລັງຈາກໄດ້ອອກບວຊແລ້ວ ທຸກຕົນກໍ່ຢາກເຫັນຫນ້າຂອງບິດາ-ມານດາ ຜູ້ໃຫ້ກຳເນີດ ເຊິ່ງແຕ່ລະຕົນກໍ່ອອກສະແຫວງຫາ ບິດາ-ມານດາ ຂອງໃຜລາວ ໂດຍບໍ່ຮູ້ວ່າທັງ 5 ຕົນ ແມ່ນສາຍໂລຫິດຮ່ວມອຸທອນດຽວກັນ
ໃນວັນຫນຶ່ງບັງເອີນທັງ 5 ອົງ ໄດ້ມາພົບພໍ້ກັນ ແລະໄດ້ສົນທະນາຖາມຂ່າວຄາວ ຄວາມສຸຂ ຄວາມທຸກ ບ້ານເກີດເມືອງນອນ ແລະບິດາ - ມານດາຂອງກັນແລະກັນ.
ໃນເວລານັ້ນປະກົດວ່າຄວາມຕັ້ງໃຈຂອງແຕ່ລະອົງ ແມ່ນຢາກເຫັນຫນ້າ ບິດາ-ມານດາ ເຊິ່ງມີປະຕິທານອັນດຽວກັນແທ້ ໃນທັນໃດນັ້ນ ກໍ່ເລີຍຮ້ອນຮອດເຖິງບິດາ-ມານດາ ທີ່ຢູ່ເທິງສະຫວັນຊັ້ນຟ້າດາວະດິງ ທັງສອງພຣະອົງ ເລີຍສະເດັຈລົງມາພົບລູກທັງຫ້າພຣະອົງ ແລະກ່າວວ່າ ບິດາ-ມານດາ ຂອງພວກເຈົ້າຄືພວກເຮົາກາເຜືອກນີ້ແລ ເມື່ອທັງຫ້າພຣະອົງຮູ້ວ່າ ແມ່ນບິດາ-ມານດາຂອງຕົນແລ້ວ ກໍ່ສະແດງຄວາມເຄົາລົບຄາຣະວະຕໍ່ບິດາ-ມານດາຂອງຕົນ ແລະພຣະຍາກາເຜືອກໄດ້ເຫລົ່າເຫດການທັງຫມົດສູ່ບັນດາລູກຟັງ ແລ້ວກໍ່ກັບຂຶ້ນເມືອເທິງສະຫວັນ , ເຊິ່ງກ່ອນຈະກັບ ລູກຊາຍທັງ 5 ພຣະອົງ ກໍ່ໄດ້ຮ້ອງຂໍພຣະຍາກາເຜືອກໃຫ້ຢຽບຫິນສິລາໃຫ້ເປັນຮອຍພຣະບາທປະໄວ້ໃຫ້ໄດ້ເຄົາລົບບູຊາ ເມື່ອຍາມຄິດຮອດຄິດເຖິງ.
ພຣະຍາກາເຜືອກໄດ້ສັ່ງລູກໄວ້ວ່າເພື່ອເປັນການລະນຶກເຖິງຄຸນຂອງບັນພະບູຣຸດ ເມື່ອຮອດເດືອນດ11 ເພັງຂອງທຸກໆປີ ໃຫ້ພວກລູກຝັ້ນຝ້າຍເຮັດເປັນຮູບຕີນກາໃສ່ຖ້ວຍຫລືຈານແບນແລ້ວເອົານ້ຳມັນຖອກໃສ່ເພື່ອໄຕ້ບູຊາ ແລ້ວຂຶ້ນໄປຟັງທັມມະເທສະໜາ ນຳບິດາ-ມານດາ ຢູ່ເທິງສະຫວັນເດີລູກເດີ.
ມື້ແຮມ 1 ຄ່ຳເດືອນ 11 ທັງ 5 ພຣະອົງໄດ້ກັບຄືນລົງສູ່ໂລກມະນຸດ ເພື່ອເຜີຍແຜ່ສິລະທັມ ຄຳສັ່ງສອນ ພວກເຮົາຈຶ່ງໄດ້ເອົາໄມ້ມາເຮັດຮູບເຮືອເອົາຝ້າຍເຮັດເປັນຕີນກາໃສ່ຖ້ວຍນ້ຳມັນ ຢາຍເປັນຫວ່າງສະເໝີກັນໄຕ້ບູຊາ ຫລືເອົາໃບຕອງມາເຮັດເປັນຮູບດອກບົວ (ກະໂທງ) ເພື່ອໄປໄຫລໄປຕາມແມ່ນ້ຳ ເພື່ອນ້ອມຣະນຶກເຖິງຄຸນບິດາ-ມານດາ ແລະບູຊາພຣະເຈົ້າ ທັງ 5 ພຣະອົງ ທີ່ສະເດັຈລົງມາສູ່ໂລກມະນຸດ ເພື່ອເຜີຍແຜ່ທັມມະ , ສຳລັບລູກພຣະຍາການເຜືອກທັງ 5 ແມ່ນໄດ້ເອົາຊື່ແມ່ລ້ຽງຂອງແຕ່ລະພຣະອົງ ເປັນຊື່ຂອງຕົນເອງນັບແຕ່ນັ້ນມາ ພວກເຮົາຈຶ່ງເອິ້ນກັນວ່າ ພຣະພຸທທະເຈົ້າ ທັງ 5 ພຣະອົງ ຄື : ກຸກຸສັນໂທ , ໂກນາຄະມະໂນ, ກັສສະໂປ, ໂຄນຕະໂມ ແລະອະຣິຍະເມດໄຕໂຍ.
ສະນັ້ນ, ພວກເຮົາຈຶ່ງເຮັດເຮືອໄຟ ເຮັດກະໂທງດອກບົວ ເຮັດໂຄມ ຮູບແບບຕ່າງໆ ເພື່ອນ້ອມຣະນຶກ ເຖິງຄຸນບິດາ-ມານດາ ແລະບູຊາ ພຣະຣັຕຕະນະໄຕ ພຣະເຈົ້າທັງ 5 ພຣະອົງທີ່ສະເດັຈຈາກສະຫວັນເພື່ອລົງມາໂຜດມະນຸດເຮົາ.

ຂໍ້ມູນໂດຍ : ໄຊຍະແສງ ພັນທະວົງ.

Credit: Art and Culture of Laos

History of the Boat Festival

Translated by Google April 12, 2019

However, before the couple had a cow in the river, they had five eggs, one with a breeze, and the other one was killed by the wind, and the two died. The five eggs were streaming along the river: - The 1st Egg flows down to the Chicken Swan's mouth (Kusatsu) The chickens have been brought to a hatch. - The second egg flows down to the water of the Nakana (Konkanomo), and the Nakana is brought in. - The third egg fell on the turtle's mouth (Guspao), and the turtle was taken away. - Egg 4 falls into the water of the cow's cow (cottage). The cow is brought in. - The 5th Egg flows down to the water of the Prophet (Ariir Metropolitan), and Sarajevo is brought to a hive. When the five eggs came out, they grew bigger and bigger, thinking that they would see the face of the father - the mother of the two, who each sought out his father - his mother, without knowing whether the five were the same bloodstream. One day, all five of them met and talked to each other about the health of their hometown and their father-in-law. When it appears that the intent of the organization is to see his father - his mother, which carry the same guys suddenly so hot the father - mother on heaven's engineering solution both him anymore baby chlong meet children to him and said his father - the mother of them like us the prep and when him know his father - the mother of his then show respect Price's condition to Classes - The mother and the wife of albino these events to the child and then when heaven, which before the sons 5 he asked his wife of Taro to stepping stone stone marks the Warwickshire left to worship when you miss. The crocodile has ordered the baby to remember the day before the eleventh anniversary of the year, giving the baby a bottle of cotton to a bowl or bowl, and then pour the bowl of soup to a bowl of bread, and go up to the paradise of the father-mother of the Queen of Heaven. The first day of the eleventh month of the 11th month, he returned to the human world to spread the teaching of the holy teachings. We took the wood of the boat, put it on the altar, put it on a bowl of water, put it in a bottle of water, or put it in a bowl of flowers to go down the river to worship the father and mother and to worship the five gods that came to earth to preach the truth. For the five sparrows of the five sparrows are the names of each of their heirs, their names have been named since then, and we all agree that the five buddhas are: Kusupan, Konkama, Krishopok, Clodi and Aristotle. Therefore, we make a fleet of shining flowers in various forms to remind Father-Mother and to worship the Five Divine Heights from heaven to come to our humanity.

Information by: Xaysang Thongvong.